ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມທົ່ວປະເທດຄັ້ງທີ 2

        ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ໄດ້ດຳເນີນກອງປະຊຸມສະມາຄົມມິດຕະພາບ ລາວ - ຫວຽດນາມ ທົ່ວປະເທດຄັ້ງທີ 2

        ທ່ານ ຮວ່າງຊວນເລືອງ, ອະດີດຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງສະມາຄົມມິດຕະພາບ ລາວ - ຫວຽດນາມ ຍາດມາໄດ້ໃນຊຸມປີຜ່ານມາ ກໍ່ຄືການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ 2 ສະມາຄົມ ໃນການຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານຮວ່າງຊວນເລືອງ ຢືນຢັນວ່າ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວມິດຕະພາບປະຊາຊົນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.

 

ທຸລະກິດ

ເວັບໄຊໃໝ່

- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.

ເພີ່ມໃໝ່

ເຫດການຕ່າງໆ