ການພົວພັນແບບພິເສດຫວຽດນາມ-ລາວຂຽວສົດງົດງາມ,ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2017)

mỗi quan hệ việt lào

       ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຄຳເພົາ ເອີນທະວັນ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ດັ້ງດິ່ງກຸຍ ໄດ້ມີບົດຂຽນກ່ຽວກັບ “ການພົວພັນແບບພິເສດຫວຽດນາມ - ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ງໄປຊົ່ວກາລະນານ”. ບົດຂຽນໄດ້ລົງພິມໃນໜັງສື່ພິມສະບັບຕ່າງໆຂອງຫວຽດນາມ ສະບັບອອກວັນທີ 03 ກັນຍາ.

        ບົດຂຽນໃຫ້ຮູ້ວ່າ, ວັນທີ 05 ກັນຍາ 1962, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ແລະ ຫຼັງຈາກນັ້ນ, ວັນທີ 08 ກໍລະກົດ 1977, 2 ປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ. ນີ້ແມ່ນບັນດາຂີດໝາຍອັນສະຫງ່າລາສີ, ເປັນຂີດໝາຍໃຫ້ບາດກ້າວພັດທະນາໃນປະຫວັດສາດພິເສດຂອງຫວຽດນາມ - ລາວ, ລາວ - ຫວຽດນາມ. ກ້າວເຂົ້າສູ່ໄລຍະໃໝ່, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການຜັນແປ່ຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ຍາມໃດກໍ່ສັດຊື່ບໍ່ລິສຸດ, ພັດທະນາຢ່າງບໍ່ຢຸດຢັ້ງ.

        ໃນຂະນະນັ້ນ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ສົມທົບກັນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະຈັດຄັ້ງລາຍການພົບປະມິດຕະພາບຊາວໜຸ່ມຫວຽດນາມ - ລາວ ປີ 2017 ໃນລະຫວ່າງວັນທີ 05 – 10 ກັນຍາ ຢູ່ຮ່າໂນ້ຍ ແລະ ບັນດາແຂວງ ເງ້ະອານ, ຮ່າຕິ້ງ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

ທຸລະກິດ

ເວັບໄຊໃໝ່

- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.

ເພີ່ມໃໝ່

ເຫດການຕ່າງໆ