ຕຳຫຼວດຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາຍແດນ

       ຕອນເຊົ້າວັນທີ 26 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນກອງປະຊຸມຮ່ວມມືປ້ອງກັນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ລະຫວ່າງກຳລັງຕຳຫຼວດ, ກະຊວງຕະຫຼວດຫວຽດນາມ ແລະ ກຳລັງຕຳຫຼວດກະຊວງປ້ອງກັນຄວາມສະຫງົບລາວ ຄັ້ງທີ 8. 

      ທີ່ກອງປະຊຸມ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບອາດຊະຍາກຳ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມທີ່ກ່ຽວຂ້ອງເຖິງ 2 ປະເທດ, ພ້ອມທັງຕີລາຄາກ່ຽວກັບສະພາບການ, ໝາກຜົນການປະຕິບັດບົດບັນທຶກກອງປະຊຸມຮ່ວມມືຄັ້ງທີ 7 ລະຫວ່າງກຳລັງຕຳຫຼວດ 2 ປະເທດ ທີ່ໄດ້ຮັບການລົງນາມແລ້ວ ເມື່ອປີ 2016 ຢູ່ ຍາຈາງ ບົນຈິດໃຈຄວາມຮັບຜິດຊອບສູງ ແລະ ຄວາມສາມັກຄີ, ມິດຕະພາບແບບພິເສດ, ມາແຕ່ດົນນານລະຫວ່າງ 2 ປະເທດ, 2 ຊາດ. ກອງປະຊຸມໄດ້ເປັນເອກະພາບນຳກັນວ່າ, ກຳລັງຕຳຫຼວດ 2 ປະເທດຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ແລກປ່ຽນຂໍ້ມູນຂ່າວອາດຊະຍາກຳ; ຮ່ວມມືສືບສວນອາດຊະຍາກຳ; ສົມທົບກັນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ; ຮ່ວມມືບຳລຸງສ້າງ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳ… ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ທຸລະກິດ

ເວັບໄຊໃໝ່

- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.

ເພີ່ມໃໝ່

ເຫດການຕ່າງໆ