ທາບທາມຄຳເຫັນການເມືອງ ຫວຽດນາມ - ລາວຄັ້ງທີ 2
ໂດຍປະຕິບັດຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ, ວັນທີ 31 ພຶດສະພາປີ 2017, ຢູ່ ລາວ, ທ່ານຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ດັ້ງດີງກູຍ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີການຕ່າງປະເທດລາວ ເປັນປະທານຮ່ວມກອງປະຊຸມທາບທາມຄຳເຫັນການເມືອງຄັ້ງທີ 2 ລະຫວ່າງສອງກະຊວງ.
ທີ່ການປະຊຸມ, ສອງຝ່າຍເຫັນດີ ສົມທົບກັນຢ່າງແຫນ້ນແຟ້ນ ເພື່ອແນໃສ່ສືບຕໍ່ເພີ່ມທະວີ ແລະ ປັບປຸງ ການພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ໃນໄລຈະມາເຖິງ, ສົມທົບກັນຈັດຕັ້ງປີສາມັກຄີມິດຕະພາບ ຫວຽດນາມ 2017 ໃຫ້ສຳເລັດຜົນ, ປ່ຽນໃຫມ່ຮູບການໂຄສະນາ ແລະ ສຶກສາ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ ພິເສດແມ່ນລຸ້ນຫນຸ່ມຂອງສອງປະເທດ ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮັບຜິດຊອບໃນວຽກງານຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງກະຊວງການຕ່າງປະເທດ, ກະກຽມຈັດຕັ້ງກອງປະຊຸມທາບທາມຄຳເຫັນປະຈຳປີຄັ້ງທີ 4 ລະຫວ່າງສອງກະຊວງການຕ່າງປະເທດໃນທ້າຍປີ 2017 ຢູ່ ຮ່າໂນ້ຍ. ສອງຝ່າຍກໍ່ເປັນເອກະພາບຈັດຕັ້ງກອງປະຊຸມທາບທາມຄຳເຫັນການເມືອງຄັ້ງທີ 3 ລະຫວ່າງສອງກະຊວງການຕ່າງປະເທດ ຢູ່ ຫວຽດນາມ ໃນປີ 2018. ພາຍຫລັງກອງປະຊຸມ, ສອງຝ່າຍໄດ້ຈັດຕັ້ງການສົນທະນາ ແລກປ່ຽນ ກ່ຽວກັບນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ ແລະ ບັນດາບັນຫາສາກົນ ແລະພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢືນຢັນສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດ ໃນຂອບເຂດ ອາຊຽນ, ພ້ອມກັນສົມທົບກັບບັນດາປະເທດອື່ນໃນ ອາຊຽນຮັກສາ ບົດບາດ ແລະ ຫລັກໝັ້ນລວມຂອງອາຊຽນ ໃນບັນດາຍຸດທະສາດຢູ່ພາກພື້ນ.
ທຸລະກິດ
ເວັບໄຊໃໝ່
- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.
ເຫດການຕ່າງໆ
![ສະພາແຫ່ງຊາດຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມື](/thumbw/250/uploads/tinqhvnvalaotangcuonghoptac_ewqx.jpg)
![ການພົວພັນແບບພິເສດຫວຽດນາມ-ລາວຂຽວສົດງົດງາມ,ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ](/thumbw/250/uploads/quanhedacbietvietlao(1).jpg)
![ຕຳຫຼວດຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາຍແດນ](/thumbw/250/uploads/toancanhhoinghi2custom_dqrg.jpg)
![ໜ້າຫຼັກ/ຂ່າວເດັ່ນ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ](/thumbw/250/uploads/lao_vov_2_vroy_tbip.jpg)
ເວັບໄຊໃໝ່
- ຟັງເພງ online
- ສັນຕິພາບ ວັດສະດຸກໍ່ສ້າງ
- House Of Samsonite Laos
- ການຕະຫຼາດອອນລາຍ ແລະ ຂ່າວສານ,ຄວາມຮູ້ຮອບຕົວ,ເຕກນິກວິທີການຕ່າງໆ
- ການຕະຫຼາດອອນລາຍ
- ຂາຍດິນ+ເຮືອນ
- ເພື່ອສັງຄົມ
- Học tiếng Lào
- ບໍລິສັດ ເປໂຕຣລາວ ຈຳກັດ
- ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ
- Champacard
- ລົດລາ
- ຕະຫຼາດລົດລາວ
- ເສດຖະກິດການຄ້າ
- ຊອກວຽກ
- ບໍລິສັດພີເອສ໌ສົ່ງເສີມກະສິກຳ ແລະ ອຸດສາຫະກຳຄົບວົງຈອນຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ
- YourLogo
- ເວບໄຊ ບໍລິສັດ ໄອທີຄອມ