ໜ້າຫຼັກ/ຂ່າວເດັ່ນ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

        ວັນທີ 14 ພຶດສະພາ ພະນັກງານພາລະກອນສະຖານທູດ ຫວຽດນາມ, ປະຊາຄົມຊາວ ຫວຽດນາມ ພວມເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ລາວ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ ເມືອງໜອງບົກ ແຂງຄຳມ່ວນ ປະເທດ ລາວເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດຂອງເພີ່ນ (19/05/1890 – 19/05/2017).ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ດຳເນີນໄປໃນສະພາວະປະຊາຊົນ 2 ປະເທດພວມກະກຽມຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງ ເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ 55 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ 2 ປະເທດ.

 

 

ທຸລະກິດ

ເວັບໄຊໃໝ່

- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.

ເພີ່ມໃໝ່

ເຫດການຕ່າງໆ