ຄວາມຮູ້ທົ່ວໄປກ່ຽວກັບຫຼັກການການຕະຫຼາດ

ຄວາມໝາຍຂອງປະເພດຕະຫຼາດ

1.     ຕະຫຼາດຜູ້ບໍລິໂພກ 

ແມ່ນຕະຫຼາດສຳລັບການອຸປະໂພກ ແລະ ບໍລິໂພກໝາຍຄວາມວ່າໃນນາມບໍລິສັດຂາຍສິນຄ້າ ແລະ ການບໍບລິການຫຼາຍຢ່າງ ແລະ ຫຼາຍຜະລິດຕະພັນເຊັ່ນ: ເຄື່ອງດື່ມ, ໂທລະພາບ, ແຟັບ ແລະ ອື່ນໆ ຜູ້ບໍລິຫານຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍເພື່ອສ້າງຮູບແບບຜະລິດຕະພັນຂອງຕົນໃຫ້ເໝືອນກວ່າຄູ່ແຂ່ງຂັນແຕ່ສີ່ງທີ່ແນ່ນອນທີ່ສຸດກໍຄືຈະຕ້ອງຮູ້ຈັກເລືອກກຸ່ມ ຫຼື ປະເພດຕະຫຼາດທີ່ຖຶກຕ້ອງເໝາະສົມພ້ອມນັ້ນຈະຕ້ອງຮູ້ວ່າຜະລິດຕະພັນອັນໃດທີ່ລູກຄ້າຕ້ອງການ ຈະຕ້ອງແຈ້ງໃຫ້ເຂົາຮັບຮູ້ຢ່າງໃດ ແລະ ຈະໂຄສະນາຕໍ່ເນື່ອງຫຼາຍ ຫຼື ນ້ອຍຈື່ງຈະເຮັດໃຫ້ຜະລິດຕະພັນຂອງບໍລິສັດໄດ້ຮັບຮອງຈາກຕະຫຼາດເປົ້າໝາຍ

2.     ຕະຫຼາດທຸລະກິດ 

ແມ່ນບໍສັດທີ່ຂາຍສິນເຊີ່ງຂາຍສິນຄ້າ ແລະ ການບໍລິການຂອງທຸລະກິດ ຫຼື ສິນຄ້າອຸດສະກຳຜູບໍລິຫານຕ້ອງກາຍເປັນຜູ້ທີ່ມີມືອາຊີບເຊີ່ງມີຄວາມຮູ້ ແລະ ປະສົບການຜ່ານການຝຶກອົບຮົບມາແລ້ວເປັນຢ່າງດີຈິ່ງຈະມີຄວາມສາມາດໃນການປະເມີນເລືອກຊື້ຜະລິດຕະພັນທີ່ຂາຍເນື່ອງຈາກຜູ້ຊື້ຜະລິດຕະພັນໃນຕະເຫຼາດທຸລະກິດ ເພື່ອຫວັງຜົນກຳໄລ ດັ່ງນັ້ນຈື່ງເປັນໜ້າທີ່ຂອງຜູ້ບໍລິຫານການຕະຫຼາດທີ່ຈະຕ້ອງສະແດງສີມື ໃຫ້ຜູ້ຊື້ເຫັນວ່າ ຜະລິດຕະພັນຂອງບໍລິສັດຈະສາມາດເຮັດໃຫ້ເຂົາປະສົບຜົນສຳເລັດ ເຮັດໃຫ້ມີກຳໄລຕາມເປົ້າໝາຍທີ່ວາງໄວ້ ການໃຊ້ການໂຄສະນານັບວ່າມີບົດບາດສຳຄັນ ແຕ່ວ່າວິຊາການ, ຝ່າຍພະນັກງານຂາຍ, ລາຄາ,ຊື່ສຽງ,ຄວາມໜ້າເຊື່ອຖື ແລະ ຄຸນນະພາບຂອງຜະລິດຕະພັນຈະມີບົດບາດສຳຄັນກວ່າ.

3.     ຕະຫຼາດໂລກ

ແມ່ນບໍສັດທີ່ຂາຍສິນຄ້າ ແລະ ການບໍລິການໃນຕະຫຼາດໂລກທີ່ມີການແຂ່ງຂັນກັນຫຼາຍຂື້ນໃນທຸກດ້ານຜູ້ບໍລິຫານຂອງແຕ່ລະບໍສັດຈະຕ້ອງຕັດສິນໃຈເລືອກເອົາປະເທດ,ເລືອກເອົາກົນລະຍຸດການເຂົ້າປະເທດ ແລະ ມີການຕັດສິນໃຈກ່ຽວກັບການປັບປ່ຽນຜະລິດຕະພັນໃຫ້ຖຶກກັບຄວາມຕ້ອງານຂອງລູກຄ້າໃນແຕ່ລະປະເທດ ການກຳນົດລາຄາ, ການປັບການສື່ສານໃຫ້ເຂົ້າກັບວັດທະນະທຳຂອງແຕ່ລະປະເທດ ຫຼື ໃຫ້ຖືກຕ້ອງກັບກົດຫໝາຍລວມເຖິງການເຈລະຈາຕໍ່ລອງ ແລະ ຂໍ້ຮຽກຮ້ອງຂອງລູກຄ້າຕະຫຼອດເຖີງລະບຽບການຄວບຄຸມສິນຄ້ານອກຈາກນັ້ນອັດຕາແລກປ່ຽນ ອາດຈະມີການປັ່ນປ່ວນ ແລະ ອາດຈະເພີ່ມຄວາມສ່ຽງທາງທຸລະກິດ

4.     ຕະຫຼາດທີ່ບໍ່ຫວັງຜົນກຳໄລ 

ທີ່ມີການດຳເນີນງານເພື່ອສັງຄົມເປັນສ່ວນໃຫ່ຍເຊັ່ນ: ສະຖາບັນ, ໜ່ວຍງານ,ໂຄງການ,ອົງການຊ່ວຍເຫຼືອຕ່າງໆຂອງລັດທະບານແລະສາກົນ ການຂາຍສິນຄ້າໃຫ້ອົງການເລົ່ານີ້ຕ້ອງມີການລະມັດລະວັງເລື່ອງລາຄາເພາະອົງການເລົ່ານີ້ມີອຳນາດຊື້ຈຳກັດດັ່ງນັ້ນວິທີການຂາຍທີ່ດີກວ່າໝູ່ສຳລັບອົງການເລົ່ານີ້ຄື: ການຍື່ນຊອງປະມູນຜູ້ທີ່ຂາຍທີ່ມີລາຄາຕ່ຳສຸດຈະເປັນຜູ້ທີ່ຖຶກຄັດເລືອກ ແລະ ຕ້ອງຢູ່ພາຍໄຕ້ຂໍ້ກຳນົດຂອງໜ່ວຍງານນັ້ນ

ທຸລະກິດ

ເວັບໄຊໃໝ່

- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.

ເພີ່ມໃໝ່