ຮູບແບບການລົງທຶນ ແລະ ຂັ້ນຕອນການລົງທຶນ

1. ຮູບແບບການລົງທຶນ

ການລົງທຶນແບບຮຸ້ນສ່ວນ ລະຫວ່າງຜູ້ລົງທຶນພາຍໃນກັບຕ່າງປະເທດ: ການລົງທຶນແບບຮຸ້ນສ່ວນ ລະຫວ່າງຜູ້ລົງທຶນພາຍໃນກັບຕ່າງປະເທດ ແມ່ນການລົງ ທຶນຮ່ວມລະຫ່ວາງ ຜູ້ລົງທຶນພາຍໃນກັບຕ່າງປະເທດ,ມີ ກຳ ມະສິດຮ່ວມກັນ ແລະ ສ້າງ ເປັນນິຕິບຸກຄົນໃຫມ່ຂື້ນ ພາຍໃຕ້ກົດຫມາຍ ຂອງ ສປປ ລາວ

ການລົງທຶນທຸລະກິດຮ່ວມຕາມສັນຍາ: ການລົງທຶນທຸລະກິດຮ່ວມຕາມສັນຍາແມ່ນ ການລົງທຶນຮ່ວມລະຫວ່າງນິຕິບຸກຄົນພາຍ ໃນ ສປປ ລາວ ກັບນິຕິບຸກຄົນຕ່າງປະເທດ ທີ່ກຳນົດໄວ້ ໃນສັນຍາໂດຍບໍ່ໄດ້ສ້າງຕັ້ງ ເປັນນິຕິບຸກຄົນໃຫມ່ ຫລື ສາຂາໃຫມ່ຂື້ນ ຢູ່ ສປປ ລາວ

ການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນ ຫລື ຕ່າງປະເທດ: ການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນຫລື ຕ່າງປະເທດແມ່ນການລົງທຶນ ພາຍໃນຫລືຕ່າງປະເທດຝ່າຍດຽວ ຊຶ່ງອາດຈະມີຜູ້ລົງທຶນຜູ້ດຽວ ຫລືຫລາຍຄົນ ໃນກິດຈະການ ຫລື ໂຄງການໃດຫນຶ່ງ ຢູ່ ສປປ ລາວ

2. ຂັ້ນຕອນການລົງທຶນ
ຂັ້ນຕອນ ທີ 1: ຂໍໃບອານຸຍາດການລົງທຶນ ແລະ ທະບຽນວິສາຫະກິດ ຈາກຫນ່ວຍງານປະຕູດຽວ,ກົມສົ່ງເສີມການລົງທຶນ,ກະຊວງແຜນການ ແລະ ການລົງທຶນ

ຜູ້ລົງທຶນຄວນມີລາຍການເອກະສານດັ່ງລຸ່ມນີ້:

  • ຄຳຮ້ອງຂໍສ້າງຕັ້ງບໍລິສັດ (ຈາກຫນ່ວຍງານປະຕູດຽວ)
  • ກົດລະບຽບຂອງບໍລິສັດ
  • ບົດວິພາກເສດຖະກິດ-ເຕັກນິກ/ແຜນການດຳເນີນທຸລະກິດ
  • ສັນຍາ ຫລື ຂໍ້ມູນພັນທະຕ່າງໆ ລະຫວ່າງຜູ້ລົງທຶນ (ກໍລະນີ ວິສາຫະກິດ ປະສົມ ພາຍໃນ ແລະ ຕາ່ງປະເທດ)
  • ເອກະສານຊ້ອນທ້າຍ
  • ສຳເນົາຊີວະປະຫວັດຫຍໍ້ ແລະ ປັດສປອດ ຂອງຜູ້ລົງທຶນ (ສຳລັບຄົນຕ່າງ ປະເທດ),ຖ້າຫາກວ່າ ຜູ້ລົງທຶນ ເປັນຄົນລາວ ຕ້ອງມີ ສຳເນົາ ບັດປະຈຳຕົວ ແລະ ສຳເນົາ ສຳມະໂນຄົວ ແລະ ຮູບຖ່າຍ 3×4  ຈຳນວນ 6 ແຜ່ນ
  • ໃບຍັ້ງຢືນຖານະການເງິນ ຂອງຜູ້ລົງທຶນ
  • ໃບມອບສິດຈາກເຈົ້າຂອງຜູ້ລົງທຶນ ແລະ ມອບສິດໃຫ້ຜູ້ດຳເນີນເອກະສານ ແທນ (ຖ້າມີ)

 ຂັ້ນຕອນ ທີ 2: ຂໍໃບທະບຽນອາກອນ

ລາຍການເອກະສານທີ່ຕ້ອງການມີດັ່ງລຸ່ມນີ້:

  • ໃບສະຫມັກ ເຖິງ ກົມອາກອນ ເພື່ອຂໍລົງທະບຽນອາກອນ
  • ໃບດຸ່ນດ່ຽງເລີ້ມຕົ້ນ
  • ສຳເນົາໃບອານຸຍາດການລົງທຶນ
  • ສຳເນົາທະບຽນວິສາຫະກິດ
  • ໃບຍັ້ງຢືນຖານະການເງິນ ຈາກທະນາຄານ
  • ລາຍຊື່ຂອງພະນັກງານ / ຜູ້ອອກແຮງງານ ທີ່ຖືກຈ້າງໂດຍບໍລິສັດ

 ຂັ້ນຕອນ 3: ຂໍກາຈຳ້ບໍລິສັດ

ລາຍການເອກະສານທີ່ຕ້ອງການມີດັ່ງລຸ່ມນີ້:

  • ສຳເນົາໃບອານຸຍາດການລົງທຶນ
  • ສຳເນົາທະບຽນວິສາຫະກິດ
  • ສຳເນົາໃບທະບຽນອາກອນ

ທຸລະກິດ

ເວັບໄຊໃໝ່

- ຄຸນປະໂຫຍດຂອງການ ສ້າງຕັ້ງເວັບໄຊຂຶ້ນເພື່ອເກັບກໍາສັງລວມຂໍ້ມູນເວັບໄຊໃນປະເທດລາວ
- ຊ່ວຍເຮັດໃຫ້ລູກຄ້າຊອກຫາທຸລະກິດຂອງທ່ານໄດ້ງ່າຍຂຶ້ນ
- ຊ່ວຍເວັບໄຊຂອງທ່ານໄດ້ຮັບຮູ້ຫຼາຍຂຶ້ນ.

ເພີ່ມໃໝ່